ການຈ່າຍເງິນຂອງ ບໍລິສັດປະກັນໄພ SEADRIF ໃຫ້ກັບ ສປປ ລາວ ສູງເຖິງ 3 ລ້ານໂດລາສະຫະລັດ ໃນການຕອບໂຕ້ ກັບໄພນ້ຳຖ້ວມຈາກພາຍຸໃຕ້ຝຸ່ນຢາກິ (Yagi)

October 1, 2024
2 MINS READ

Photo credit: Alex Kremer / World Bank

[ສິງກະໂປ, ວັນອັງຄານ ວັນທີ 1 ຕຸລາ 2024] – ບໍລິສັດປະກັນໄພ SEADRIF ໄດ້ເຮັດບັນທຶກການຈ່າຍເງິນຊ່ວຍເຫຼືອ ທັງໝົດຈຳນວນ 3 ລ້ານໂດລາສະຫະລັດ ຫຼັງຈາກທີ່ພາຍຸໃຕ້ຝຸ່ນຢາກິ (Yagi) ທີ່ກໍ່ໃຫ້ເກີດໄພນ້ຳຖ້ວມຢ່າງຮຸນແຮງໃນ ສປປ ລາວ. ຜົນກະທົບຈາກໄພນ້ຳຖ້ວມທີ່ຍືດເຍື້ອ ເຮັດໃຫ້ມີການຈ່າຍເງິນຮອບທີ່ສອງເປັນຈຳນວນ 2.25 ລ້ານໂດລາສະຫະລັດ ໃນວັນຈັນ ວັນທີ 30 ກັນຍາ. ນີ້ມີພຽງໜຶ່ງອາທິດ ຫຼັງຈາກການຈ່າຍເງິນເບື້ອງຕົ້ນຈຳນວນ 750,000 ໂດລາສະຫະລັດ ທີ່ໄດ້ສົ່ງມອບໃຫ້ກັບ ກະຊວງການເງິນ ຂອງ ສປປ ລາວ.

ພາຍຸໃຕ້ຝຸ່ນຢາກິ (Yagi) ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃນ 15 ແຂວງ ໃນ ສປປ ລາວ, ລວມມີ ແຂວງນະຄອນ ຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຄຳມ່ວນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ, ແຂວງຜົ້ງສາລີ, ແຂວງຫຼວງພະບາງ, ແຂວງຫົວພັນ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງສາລະວັນ ແລະ ແຂວງເຊກອງ. ມີຜູ້ໄດ້ຮັບຜົນກະທົບຫຼາຍກວ່າ 185,000 ຄົນ. ສ້າງຄວາມເສຍຫາຍຕໍ່ຖະໜົນ, ໂຮງຮຽນ ແລະ ສະຖານທີ່ ສາທາລະນະສຸກທີ່ຈຳເປັນຕ້ອງໄດ້ຮັບການຟື້ນຟູຢ່າງຮີບດ່ວນ ເພື່ອຫຼຸດຜ່ອນຜົນກະທົບຕໍ່ກັບການດຳລົງຊີວິດຂອງປະຊາຊົນ.

ບໍລິສັດ SEADRIF ຂໍສະແດງຄວາມເສຍໃຈຢ່າງຍິ່ງ ຕໍ່ປະຊາຊົນບັນດາເຜົ່າ ແລະ ລັດຖະບານ ສປປ ລາວ ສຳລັບການ ສູນເສຍຊີວິດ, ຜົນຜະລິດ ແລະ ຊັບສິນ. SEADRIF ຂໍສະແດງຄວາມເຫັນອົກເຫັນໃຈຕໍ່ກັບ ລັດຖະບານຫວຽດນາມ, ມ້ຽນມາ ແລະ ຟີລິບປິນ ຕໍ່ກັບການສູນເສຍໃນຄັ້ງນີ້ ແລະ ບັນດາປະເທດອື່ນໆ ໃນພາກພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

ການຈ່າຍເງິນຊົດເຊີຍຢ່າງໄວວາ ທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມທີ່ບໍ່ປ່ຽນແປງຂອງ SEADRIF ໃນການສະໜັບ ສະໜູນລັດຖະບານ ແລະ ຊຸມຊົນ ໃນຊ່ວງວິກິດນີ້. ເງິນທຶນຈະຊ່ວຍສະໜັບສະໜູນຄວາມພະຍາຍາມໃນການຟື້ນຟູຂອງ ສປປ ລາວ ແລະ ຊ່ວຍໃຫ້ລັດຖະບານເຂົ້າເຖິງປະຊາຊົນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຕາມແຜນການທີ່ໄດ້ຮັບການອະນຸມັດໄວ້ ລ່ວງໜ້າ. ນີ້ລວມທັງການຈັດຫາເຄື່ອງອຸປະໂພກບໍລິໂພກ ແລະ ການບໍລິການທີ່ຈຳເປັນ ສຳລັບການຊ່ວຍເຫຼືອສຸກເສີນ ຫຼັງຈາກ ໄພພິບັດ, ການຄວບຄຸມການເສຍຫາຍ ແລະ ການຟື້ນຟູບໍລິການທີ່ຈຳເປັນ. ການໃຊ້ຈ່າຍທັງໝົດຈະຕ້ອງປະຕິບັດຕາມ ລະບົບການຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ (ESMS) ຂອງ SEADRIF ເຊິ່ງໄດ້ກະກຽມຂຶ້ນຕາມກອບການ ຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ (ESF) ຂອງທະນາຄານໂລກ.

SEADRIF ໃຫ້ຄຳປຶກສາທາງດ້ານເຕັກນິກວິຊາການ ແລະ ວິທີການແກ້ໄຂທາງການເງິນ ໃຫ້ແກ່ບັນດາປະເທດສະມາຊິກ ອາຊຽນ+3 ເພື່ອຕໍ່ສູ້ກັບຜົນກະທົບຈາກສະພາບອາກາດ ແລະ ໄພພິບັດທາງທຳມະຊາດ. ໃນເດືອນກຸມພາ 2024, ບໍລິສັດ ໄດ້ຕໍ່ອາຍຸນະໂຍບາຍປະກັນໄພທີ່ຈ່າຍເງິນຊົດເຊີຍຕາມເຫດການທີ່ເກີດຂຶ້ນ ສະບັບທຳອິດກັບ ກະຊວງການເງິນ, ສປປ ລາວ ໂດຍມີເປົ້າໝາຍສະເພາະໃນການປົກປ້ອງຈາກໄພນ້ຳຖ້ວມ. ນະໂຍບາຍໄດ້ຮັບການປັບປຸງ ເພື່ອໃຫ້ສອດຄ້ອງກັບຄວາມຕ້ອງການ ສະເພາະຂອງ ສປປ ລາວ. ກ່ອນໜ້ານີ້ ໃນເດືອນສິງຫາ 2023, ລັດຖະບານ ສປປ ລາວ ໄດ້ຮັບການຈ່າຍເງິນຊົດເຊີຍ ສອງຄັ້ງລວມເປັນເງິນ 1.5 ລ້ານໂດລາສະຫະລັດ ສຳລັບໄພນ້ຳຖ້ວມທີ່ຮ້າຍແຮງ.

SEADRIF ຂອບໃຈການຮ່ວມມືຢ່າງໃກ້ຊິດກັບ ກະຊວງການເງິນ ຂອງ ສປປ ລາວ, ທະນາຄານໂລກ, JBA ແລະ GallagherRe ລວມທັງການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ແລະ ສິງກະໂປ ທີ່ເຮັດໃຫ້ການປົກປ້ອງໃນຄັ້ງນີ້ ດຳເນີນໄປດ້ວຍດີ.

ກ່ຽວກັບໂຄງການລິເລີ່ມ SEADRIF

SEADRIF ເປັນເວທີລະດັບພາກພືີ້ນທີ່ໃຫ້ຄຳປຶກສາ ແລະ ບໍລິການທາງການເງິນແກ່ປະເທດທີ່ເຂົ້າຮ່ວມເພືີ່ອເພີ່ມຄວາມ ພ້ອມ, ຄວາມທົນທານ ແລະ ຄວາມຮ່ວມມືໃນການຕອບສະໜອງຕໍໍ່ຄວາມສ່ຽງດ້ານສະພາບອາກາດ ແລະ ໄພພິບັດ. SEADRIF ກໍ່ຕັ້ງຂຶ້ນ ແລະ ເປັນເຈົ້າຂອງໂດຍປະເທດອາຊຽນ +3 ພ້ອມກັບການສະໜັບສະໜູນດ້ານການເງິນຈາກ ລັດຖະບານຂອງຍີ່ປຸ່ນ ແລະ ສິງກະໂປ. ທະນາຄານໂລກເປັນຄູ່ຮ່ວມງານດ້ານວິຊາການແນວໜ້າຂອງ SEADRIF.

ກ່ຽວກັບບໍລິສັດປະກັນໄພ SEADRIF

ບໍລິສັດປະກັນໄພ SEADRIF ກໍ່ຕັ້ງຂຶ້ນໃນປະເທດສິງກະໂປ ແລະ ໄດ້ຮັບອະນຸຍາດເປັນ ບໍລິສັດປະກັນໄພທົົ່ວໄປ ເພືີ່ອສະເໜີຜະລິດຕະພັນປະກັນໄພໃຫ້ແກ່ປະເທດສະມາຊິກ. ມັນໄດ້ຮັບການຄວບຄຸມໂດຍອົງກອນການເງິນຂອງສິງກະໂປ (Monetary Authority of Singapore) ບໍລິສັດປະກັນໄພ SEADRIF ຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກ ເພືີ່ອພັດທະນາຜະລິດຕະພັນທີ່ຊ່ວຍໃຫ້ລັດຖະບານຄຸ້ມຄອງຄ່າໃຊ້ຈ່າຍໄດ້ດີຂຶ້ນເມືີ່ອເກີດໄພທຳມະຊາດ.

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: seadrif.org/the-seadrif-insurance-company/

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: https://www.linkedin.com/company/seadrif-insurance-company

More news from
SEADRIF insurance company

SEADRIF welcomes Lisa Yu as Head of Product
We’re delighted to welcome Lisa Yu to SEADRIF! Lisa is a UK-qualified actuary with over 15 years of experience across actuarial consulting, re/insurance pricing, reserving,…
Read more
SEADRIF welcomes Ayumi Kato as Program Management Lead (SEADRIF-SAFE)
We’re delighted to welcome Ayumi Kato to SEADRIF. Ayumi is a program management and policy coordination professional with over five years of experience working across…
Read more
SEADRIF welcomes Gillian Caparas as Operations Specialist
We’re excited to welcome Gillian Caparas. Based in Manila, Gillian will support SEADRIF in managing core operations, compliance, and day-to-day coordination across our expanding portfolio.…
Read more