ສປປ ລາວ, 3 ກັນຍາ 2025 - ບໍລິສັດປະກັນໄພ SEADRIF ໄດ້ຈ່າຍສິນປະກັນໄພ 2 ລ້ານໂດລາ ສະຫະລັດ ໃຫ້ແກ່ກະຊວງການເງິນຂອງ ສປປ ລາວ ໃນວັນທີ 1 ກັນຍາ 2025 ພາຍຫຼັງໄດ້ຮັບລາຍງານວ່າມີປະຊາຊົນ 305,196 ຄົນ ໄດ້ຮັບຜົນກະທົບຈາກເຫດການໄພພິບັດຫຼາຍຄັ້ງ ລະຫວ່າງ ວັນທີ 2 ພຶດສະພາ ຫາ 4 ສິງຫາ 2025. ຂໍ້ມູນຜູ້ໄດ້ຮັບຜົນກະທົບຢ່າງເປັນທາງການ ແມ່ນໄດ້ຮັບການລາຍງານ ໂດຍຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ ຂອງ ສປປ ລາວ (NDMO). ການຈ່າຍສິນປະກັນໄພຄັ້ງນີ້ ແມ່ນຢູ່ພາຍໃຕ້ນະໂຍບາຍປະກັນໄພທີ່ອີງໃສ່ເງື່ອນໄຂທີ່ກໍານົດໄວ້ຂອງແຕ່ລະປະເທດ ສະບັບໃໝ່ທີ່ອອກໃຫ້ແກ່ ສປປ ລາວ ໃນເດືອນພຶດສະພາ 2025.
ຕະຫຼອດໄລຍະສອງ-ສາມເດືອນທີ່ຜ່ານມາ, ພາຍຸໝຸນເຂດຮ້ອນ ວູທິບ, ພາຍຸ ວິພາ, ນ້ຳຖ້ວມທີ່ຕາມມາ ແລະ ຝົນມໍລະສຸມຕາມລະດູການ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ປະເທດລາວ. ເຫດການເຫຼົ່ານີ້ໄດ້ສ້າງຄວາມເສຍຫາຍ ເປັນວົງກວ້າງຕໍ່ເນື້ອທີ່ດິນກະສິກໍາ, ສາຍສົ່ງໄຟຟ້າເສຍຫາຍ ແລະ ສົ່ງຜົນກະທົບຕໍ່ໂຄງລ່າງພື້ນຖານທີ່ສຳຄັນ ເຊັ່ນ: ໂຮງຮຽນ, ຖະໜົນຫົນທາງ, ຂົວ, ລະບົບຊົນລະປະທານ ແລະ ລະບົບສຸຂານາໄມ. ເນື່ອງຈາກຈໍານວນຜູ້ໄດ້ຮັບຜົນກະທົບລວມ ເກີນເງື່ອນໄຂທີ່ກໍານົດໄວ້ ໃນການຈ່າຍສິນປະກັນໄພງວດທີສອງ (ປະຊາຊົນ 300,000–449,999 ຄົນ) ຖືວ່າບັນລຸເງື່ອນໄຂນະໂຍບາຍປະກັນໄພ ຈຶ່ງເຮັດໃຫ້ສາມາດຈ່າຍສິນປະກັນໄພ 2 ລ້ານ ໂດລາ ສະຫະລັດ ໄດ້.
ບໍລິສັດປະກັນໄພ SEADRIF ໄດ້ເລີ່ມຕົ້ນຈ່າຍສິນປະກັນໄພ ໃນວັນທີ 1 ກັນຍາ 2025 ພາຍຫຼັງໄດ້ຮັບຂໍ້ມູນຫຼ້າສຸດຈາກຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ (NDMO) ຂອງລັດຖະບານ ພຽງ 6 ວັນ ລັດຖະການ ລວມທັງຜົນກະທົບຮ້າຍແຮງທີ່ເຮັດໃຫ້ຕົວເລກຄວາມເສຍຫາຍລວມ ລື່ນເງື່ອນໄຂທີ່ກຳນົດ, ການຈ່າຍສິນປະກັນໄພຄັ້ງນີ້ ຊ່ວຍເພີ່ມສະພາບຄ່ອງ ເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງຊຸມຊົນທີ່ໄດ້ຮັບຜົນກະທົບ. ການຈ່າຍສິນປະກັນໄພດັ່ງກ່າວໄດ້ຮັບການຢັ້ງຢືນໂດຍ ບໍໍລິສັດປະກັນໄພ Gallagher Re ຊຶ່ງເປັນຕົວແທນການຄິດໄລ່ ທີ່ໄດ້ກວດສອບຜົນກະທົບຂອງໄພພິບັດທຽບກັບເງື່ອນໄຂຂອງນະໂຍບາຍປະກັນໄພ.
ການຈ່າຍສິນປະກັນໄພດັ່ງກ່າວສະໜັບສະໜູນການຕອບໂຕ້ສຸກເສີນ ແລະ ກິດຈະກຳຟື້ນຟູຂອງລັດຖະບານ ຊຶ່ງສອດຄ່ອງກັບແຜນງານສຸກເສີນທີ່ໄດ້ຕົກລົງກັນໄວ້ລ່ວງໜ້າ. ແຜນດັ່ງກ່າວໄດ້ຮັບການພັດທະນາໂດຍກະຊວງການເງິນຂອງ ສປປ ລາວ ຮ່ວມກັບທະນາຄານໂລກ ແລະ SEADRIF, ເພື່ອຮັບປະກັນການນຳໃຊ້ກອງທຶນຢ່າງຖືກເປົ້າໝາຍໃນການສະໜັບສະໜູນການຕອບໂຕ້ສຸກເສີນ ແລະ ການຟື້ນຟູ, ພ້ອມທັງປະຕິບັດຕາມມາດຕະຖານການຄຸ້ມຄອງການເງິນ ແລະ ເງື່ອນໄຂ ແລະ ຂອບນະໂຍບາຍ ດ້ານສິ່ງແວດລ້ອມສັງຄົມ (ESF) ຂອງທະນາຄານໂລກ.
ທ່ານ ໄພທູນ ທ່ຽງລະໄມ, ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ກະຊວງການເງິນ, ສປປ ລາວ, ກ່າວວ່າ: “ພາຍຸວູທິບ ແລະ ພາຍຸວິພາ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊຸມຊົນຂອງພວກເຮົາ ແລະ ບັນດາໜ່ວຍງານລັດຂອງພວກເຮົາ ໄດ້ຈັດຕັ້ງປະຕິບັດມາດຕະການຕອບໂຕ້ທີ່ຈຳເປັນ. ການຈ່າຍສິນປະກັນໄພຄັ້ງນີ້ຈະຊ່ວຍໃຫ້ພວກເຮົາສາມາດຕອບສະໜອງໄດ້ຢ່າງວ່ອງໄວ, ໂດຍສະເພາະໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ. ໂຄງສ້າງຂອງນະໂຍບາຍ - ການຈ່າຍສິນປະກັນໄພ ແມ່ນອີງໃສ່ຈຳນວນຜູ້ໄດ້ຮັບຜົນ ກະທົບ - ໄດ້ພິສູດໃຫ້ເຫັນວ່າມີປະສິດທິຜົນ ແລະ ເໝາະສົມກັບລະບົບການຄຸ້ມຄອງໄພພິບັດຂອງ ສປປ ລາວ. ພວກເຮົາຂໍຂອບໃຈການສະໜັບສະໜູນທີ່ວ່ອງໄວຂອງ SEADRIF ໃນຊ່ວງເວລາທີ່ສຳຄັນນີ້”.
ທ່ານ ເບັນນາດິກ ໄຊເນີ (Benedikt Signer), ຜູ້ອໍານວຍການບໍລິຫານງານ ບໍລິສັດປະກັນໄພ SEADRIF, ກ່າວວ່າ: “ການຈ່າຍສິນປະກັນໄພຄັ້ງນີ້ ແມ່ນການສະໜັບສະໜູນທາງດ້ານການເງິນຢ່າງທັນການ ເພື່ອຊ່ວຍລັດຖະບານ ສປປ ລາວ ດໍາເນີນວຽກງານຕອບໂຕ້ ເພື່ອການຟື້ນຟູຢ່າງຮິີບດ່ວນ.
ພວກເຮົາຂໍຊົມເຊີຍຕໍ່ການລາຍງານທີ່ວ່ອງໄວຂອງລັດຖະບານ, ຊຶ່ງເຮັດໃຫ້ກົນໄກນີ້ສາມາດເຮັດວຽກໄດ້ຕາມຈຸດປະສົງ. ເຫດການໄພພິບັດຂະໜາດກາງທີ່ເກີດຂຶ້ນຫຼາຍຄັ້ງ ສາມາດປົດລັອກການສະໜັບສະໜູນທີ່ສຳຄັນໄດ້, ບໍ່ພຽງແຕ່ໄພພິບັດຂະໜາດໃຫຍ່ພຽງຢ່າງດຽວເທົ່ານັ້ນ. ບໍລິສັດ SEADRIF ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບລັດຖະບານເພື່ອຕິດຕາມສະຖານະການຜົນກະທົບທີ່ເກີດຈາກລົມພາຍຸໄຕ້ຝຸ່ນຄາຈິກິ ແລະ ໜອງຟ້າ.
ພວກຂໍສະແດງຄວາມຫ່ວງໄຍເຖິງປະຊາຊົນຂອງ ສປປ ລາວ ແລະ ກຽມພ້ອມດຳເນີນການຈ່າຍສິນປະກັນໄພເພີ່ມໃຫ້ອີກ ຖ້າເງື່ອນໄຂເພີ່ມເຕີມສາມາດບັນລຸໄດ້ ໃນຊ່ວງໄລຍະປີຄຸ້ມຄອງ ໃນປັດຈຸບັນ.”
ນະໂຍບາຍນີ້ ຊຶ່ງເປັນຄັ້ງທໍາອິດ ທີ່ໄດ້ຮ່ວມກັບລັດຖະບານ ສປປ ລາວ, ທະນາຄານໂລກ ແລະ ຄູ່ຮ່ວມງານໃນອຸດສາຫະກໍາປະກັນໄພ ສະແດງໃຫ້ເຫັນເຖິງນະວັດຕະກໍາທີ່ສຳຄັນໃນການສະໜອງການເງິນ ສໍາລັບ ຄວາມສ່ຽງໄພພິບັດ. ໂດຍການນຳໃຊ້ຂໍ້ມູນທາງການຂອງລັດຖະບານກ່ຽວກັບຈຳນວນຄົນທີ່ໄດ້ຮັບຜົນກະທົບ ໃຫ້ເປັນຕົວກໍານົດພຽງຢ່າງດຽວ ໃນການຈ່າຍສິນປະກັນໄພ, ນະໂຍບາຍດັ່ງກ່າວຮັບປະກັນຄວາມສອດຄ່ອງກັບລະບົບແຫ່ງຊາດ ແລະ ເຮັດໃຫ້ສາມາດດໍາເນີນວຽກງານຕອບໂຕ້ໄດ້ໄວຂຶ້ນ ໂດຍອີງໃສ່ສະພາບຕົວຈິງໃນພື້ນທີ່.
ພວກເຮົາຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄູ່ຮ່ວມງານຂອງພວກເຮົາ, ລວມທັງກອງທຶນ Global Shield Financing Facility, ທະນາຄານໂລກ ແລະ ປະຊາຄົມອາຊຽນ+3 ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນການສ້າງຄວາມທົນທານເພີ່ມຂຶ້ນຕໍ່ກັບການປ່ຽນເເປງດິນຟ້າອາກາດ ແລະ ໄພພິບັດສໍາລັບພາກພື້ນ.
ກ່ຽວກັບໂຄງການລິເລີ່ມ SEADRIF
SEADRIF ເປັນເວທີລະດັບພາກພື້ນທີ່ໃຫ້ຄຳປຶກສາ ແລະ ບໍລິການທາງການເງິນແກ່ປະເທດທີ່ເຂົ້າຮ່ວມເພື່ອເພີ່ມຄວາມພ້ອມ, ຄວາມທົນທານ ແລະ ການຮ່ວມມືໃນການຕອບໂຕ້ຕໍ່ຄວາມສ່ຽງດ້ານການປ່ຽນເເປງດິນຟ້າອາກາດ ແລະ ໄພພິບັດ. SEADRIF ກໍ່ຕັ້ງຂຶ້ນ ແລະ ເປັນເຈົ້າຂອງໂດຍປະເທດອາຊຽນ+3 ພ້ອມກັບການສະໜັບສະໜູນດ້ານການເງິນຈາກ ລັດຖະບານຂອງຍີ່ປຸ່ນ ແລະ ສິງກະໂປ. ທະນາຄານໂລກເປັນຄູ່ຮ່ວມງານດ້ານວິຊາການຂອງ SEADRIF.
ກ່ຽວກັບບໍລິສັດປະກັນໄພ SEADRIF
ບໍລິສັດປະກັນໄພ SEADRIF ກໍ່ຕັ້ງຂຶ້ນໃນປະເທດສິງກະໂປ ແລະ ໄດ້ຮັບອະນຸຍາດເປັນ ບໍລິສັດປະກັນໄພທົ່ວໄປ ເພື່ອນຳສະເໜີຜະລິດຕະພັນປະກັນໄພໃຫ້ແກ່ປະເທດສະມາຊິກ ຊຶ່ງສະໜອງການປົກປ້ອງຕໍ່ໄພພິບັດ ແລະ ໄພພິບັດທີ່ກ່ຽວຂ້ອງກັບການປ່ຽນເເປງດິນຟ້າອາກາດ. ບໍລິສັດປະກັນໄພ SEADRIF ຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກ ເພື່ອພັດທະນາຜະລິດຕະພັນທີ່ຊ່ວຍໃຫ້ລັດຖະບານຄຸ້ມຄອງຄ່າໃຊ້ຈ່າຍໄດ້ດີຂຶ້ນເມື່ອເກີດໄພທຳມະຊາດ.
ໂຄງການລິເລີ່ມ ແລະ ບໍລິສັດ ເຮັດວຽກຮ່ວມກັນ ເປັນກຸ່ມດຽວ ເພື່ອໃຫ້ບັນລຸວິໄສທັດ ແລະ ພາລະກິດຂອງພວກເຮົາ.
ສຳລັບການສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ພວກເຮົາຜ່ານທາງອີເມວ: contact@seadrifinsurance.com.
ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງໃນເວບໄຊທ໌: seadrif.org
ຕິດຕາມການເຄື່ອນໄຫວຂອງ ບໍລິສັດປະກັນໄພ SEADRIF ທີ່ LinkedIn: https://www.linkedin.com/company/seadrif-insurance-company