SEADRIF ໄດ້ໄປຢ້ຽມຍາມ ສປປ ລາວ ແລະ ນຳສະເໜີໃນການຈ່າຍເງິນປະກັນໄພ ລວມ 3 ລ້ານໂດລາສະຫະລັດ

October 3, 2024
2 MINS READ

ວັນພະຫັດ, ວັນທີ່ 3 ຕຸລາ 2024, ສປປ ລາວ - ບໍລິສັດ SEADRIF ແລະ ກະຊວງການເງິນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ຈັດພິທີນຳສະເໜີໃນການຈ່າຍເງິນຈຳນວນ 3 ລ້ານໂດລາສະຫະລັດ ຈາກນະໂຍບາຍປະກັນໄພນ້ຳຖ້ວມຂອງລັດຖະບານ ທີ່ໄດ້ຮັບຄວາມເສຍຫາຍຈາກພະຍຸໃຕ້ຝຸ່ນຢາກິ (Yagi).

ພະນະທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ສປປ ລາວ ໄດ້ຕ້ອນຮັບ ທ່ານ ເບເນດິກ ຊິກເນີ, ກຳມະການຜູ້ຈັດການບໍລິສັດປະກັນໄພ SEADRIF, ທ່ານນາງ ວຽງສະໄໝ ສິດທິລາດ, ຮັກສາການຜູ້ບໍລິຫານ ອົງການທະນາຄານໂລກປະຈຳລາວ ແລະ ທ່ານ ຈຸນິຈິໂຣ ມາສສູຢາມະ, ເລຂາໜຶ່ງຂອງສະຖານທູດຢີ່ປຸ່ນ ໃນນະຄອນຫຼວງວຽງຈັນ. ມີພະນັກງານອາວຸໂສທີ່ເປັນຕົວແທນຈາກໜ່ວຍງານພາກລັດ ກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມ. ທິມງານຈາກບໍລິສັດໄດ້ໃຊ້ໂອກາດນີ້ ເພື່ອປຶກສາຫາລື ກ່ຽວກັບ ຄວາມສຳຄັນຂອງການເງິນ ຄວາມສ່ຽງຈາກໄພພິບັດ ແລະ ການຮັກສາຄວາມຄຸ້ມຄອງ ສຳລັບປະເທດສືບຕໍ່ໄປ.

ພະນະທ່ານ ທ່ານລັດຖະມົນຕີ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ສຳລັບການຈ່າຍເງິນ ຢ່າງວ່ອງໄວ ຈາກນະໂຍບາຍປະກັນໄພນ້ຳຖ້ວມຂອງ ບໍລິສັດ SEADRIF ເຊິ່ງເງິນດັ່ງກ່າວ ມີຄວາມສຳຄັນຕໍ່ ຄວາມພະຍາຍາມໃນການ ຊ່ວຍເຫຼືອ ແລະ ຟື້ນຟູຂອງລັດຖະບານ ຫຼັງຈາກນ້ຳຖ້ວມຢ່າງຮຸນແຮງ. ນອກຈາກນີ້, ທ່ານລັດຖະມົນຕີຍັງໄດ້ຕອບຮັບ ການຮ່ວມມືຢ່າງໃກ້ຊິດ ກັບ SEADRIF, ທະນາຄານໂລກ, ລັດຖະບານຢີ່ປຸ່ນ ແລະ ລັດຖະບານສິງກະໂປ ໃນຖານະເປັນຄູ່ຮ່ວມພັດທະນາ. ທ່ານຍັງໄດ້ກ່າວເຖິງຄວາມສຳຄັນຂອງການຮ່ວມມື ຢ່າງຕໍ່ເນື່ອງ ໃນການພັດທະນາເຄື່ອງມື ແລະ ກົນໄກທາງການເງິນທີ່ເໝາະສົມ ເພື່ອເພີ່ມຄວາມສາມາດ ໃນການຕໍ່ຕ້ານກັບໄພພິບັດ ແລະ ສະພາບດິນຟ້າອາກາດ.

ທ່ານ ຊິກເນີ ຍັງເວົ້າເຖິງຄວາມເປັນຜູ້ນຳຂອງ ສປປ ລາວ ໃນການບຸກເບີກການຈັດຕັ້ງ SEADRIF ຕັ້ງແຕ່ ເລີ່ມຕົ້ນ ແລະ ການເສີມສ້າງຄວາມໝັ້ນຄົງທາງການເງິນຂອງປະເທດ. ທ່ານຍັງໄດ້ເວົ້າວ່າ ຜູ້ນຳທີ່ມີວິໄສທັດຂອງ ກະຊວງການເງິນ, ບໍ່ພຽງແຕ່ຊ່ວຍສົ່ງເສີມຄວາມເຂັ້ມແຂງ ຂອງ ສປປ ລາວ ແຕ່ຍັງເປັນແບບຢ່າງທີ່ດີ ສຳລັບທັງ ພາກພື້ນອາຊຽນ.

SEADRIF ຈະສືບຕໍ່ເຮັດວຽກຮ່ວມກັບກະຊວງການເງິນ ຂອງ ສປປ ລາວ ເພື່ອເພີ່ມການຄອບຄຸມ ແລະ ປະສິດທິພາບຂອງນະໂຍບາຍ.

ການຢ້ຽມຢາມນະຄອນຫຼວງວຽງຈັນໃນຄັ້ງນີ້ ຍັງໄດ້ຈັດການຝຶກອົບຮົມໃຫ້ພະນັກງານຂອງລັດຖະບານ ກ່ຽວກັບການ ຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງການຈ່າຍເງິນ ເຊິ່ງດຳເນີນຕາມກອບວຽກ ດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ໃນການດຳເນີນງານທີ່ມີປະສິດທິພາບ ແລະ ວ່ອງໄວ ຕາມແຜນສຸກເສີນ ສຳລັບການຈ່າຍເງິນຊ່ວຍເຫຼືອ.

ກ່ຽວກັບໂຄງການລິເລີ່ມ SEADRIF

SEADRIF ເປັນເວທີລະດັບພາກພືີ້ນທີ່ໃຫ້ຄຳປຶກສາ ແລະ ບໍລິການທາງການເງິນແກ່ປະເທດທີ່ເຂົ້າຮ່ວມເພືີ່ອເພີ່ມຄວາມ ພ້ອມ, ຄວາມທົນທານ ແລະ ຄວາມຮ່ວມມືໃນການຕອບສະໜອງຕໍໍ່ຄວາມສ່ຽງດ້ານສະພາບອາກາດ ແລະ ໄພພິບັດ. SEADRIF ກໍ່ຕັ້ງຂຶ້ນ ແລະ ເປັນເຈົ້າຂອງໂດຍປະເທດອາຊຽນ +3 ພ້ອມກັບການສະໜັບສະໜູນດ້ານການເງິນຈາກ ລັດຖະບານຂອງຍີ່ປຸ່ນ ແລະ ສິງກະໂປ. ທະນາຄານໂລກເປັນຄູ່ຮ່ວມງານດ້ານວິຊາການແນວໜ້າຂອງ SEADRIF.

ກ່ຽວກັບບໍລິສັດປະກັນໄພ SEADRIF

ບໍລິສັດປະກັນໄພ SEADRIF ກໍ່ຕັ້ງຂຶ້ນໃນປະເທດສິງກະໂປ ແລະ ໄດ້ຮັບອະນຸຍາດເປັນ ບໍລິສັດປະກັນໄພທົົ່ວໄປ ເພືີ່ອສະເໜີຜະລິດຕະພັນປະກັນໄພໃຫ້ແກ່ປະເທດສະມາຊິກ. ມັນໄດ້ຮັບການຄວບຄຸມໂດຍອົງກອນການເງິນຂອງສິງກະໂປ (Monetary Authority of Singapore) ບໍລິສັດປະກັນໄພ SEADRIF ຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກ ເພືີ່ອພັດທະນາຜະລິດຕະພັນທີ່ຊ່ວຍໃຫ້ລັດຖະບານຄຸ້ມຄອງຄ່າໃຊ້ຈ່າຍໄດ້ດີຂຶ້ນເມືີ່ອເກີດໄພທຳມະຊາດ.

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: seadrif.org/the-seadrif-insurance-company/

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: https://www.linkedin.com/company/seadrif-insurance-company

More news from
SEADRIF insurance company

ໂຄງການລິເລ ີ່ມອາຊຽນ+3 ສປປ ລາວ ແລະ ບໍລິສັດ SEADRIF ລົງນາມການປະກັນໄພໄພພິບັດແຫ່ງຊາດ ທ ີ່ມການຈ່າຍສິນປະກັນໄພໂດຍອີງຕາມ ຜົນກະທົບທີີ່ຖືກລາຍງານ (Reported Impact Trigger) ຄັັ້ງທາອິດຂອງໂລກ
ວຽງຈັນ, ວັນທ 18 ກໍລະກົດ 2025— ລັດຖະບານແຫ່ງ ສປປ ລາວ ໄດ້ລົງນາມໃນສັນຍາປະກັນໄພຄວາມສ່ຽງຈາກໄພພິບັດ ສະບັບໃໝ່ກັບບໍລິສັດປະກັນໄພ SEADRIF, ໂດຍນ າສະເໜວິທ ການທ ີ່ມ ນະວັດຕະກ າໃນການສະໜອງທຶນ ເພ ີ່ອຮັບມືກັບ ໄພພິບັດຂອງລັດຖະບານ. ສັນຍາປະກັນໄພພິບັດຫຼາຍຢ່າງທ ີ່ມ ໄລຍະເວລາ 2 ປີນ…
Read more
ラオス人民民主共和国と SEADRIF が世界初の「影響トリガー」付き主権災害保険契約を 締結
ビエンチャン、2025 年 7 月 18 日 — ラオス人民民主共和国政府は、SEADRIF 保険会社と新たな 主権災害リスク保険契約を締結し、公共の災害対応資金調達に革新的な手法を導入しました。 この 2 年間の複数災害対応保険契約は、洪水、熱帯性サイクロン、地震、地滑り、および関連す る災害に対して最大 1,600 万ドルの財政的保護を提供します。
Read more
Lao PDR and SEADRIF Sign Sovereign Disaster Insurance with World First Reported Impact Trigger
Vientiane, 18 July 2025 — The Government of Lao PDR has signed a new sovereign disaster risk insurance policy with SEADRIF Insurance Company, introducing an…
Read more