
ຂໍ້ມູນກ່ຽວກັບຜົນກະທົບຈາກໄພພິບັດ ທີ່ລັດຖະບານໄດ້ລາຍງານ ໄດ້ເປັນເງື່ອນໄຂໃຫ້ມີການຈ່າຍສິນປະກັນໄພເພີ່ມຕື່ມ ໃຫ້ແກ່ ລັດຖະບານ ສປປ ລາວ ແລະ ອົງການ WFP ຊຶ່ງສະແດງໃຫ້ເຫັນວ່າ ເງື່ອນໄຂດ້ານຈຳນວນຄົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຕອບສະໜອງຕໍ່ຜົນກະທົບທີ່ສະສົມຈາກໄພພິບັດ ໂດຍຜ່ານລະບົບການລາຍງານແຫ່ງຊາດປະຕູດຽວ.
ຢູ່ ສປປ ລາວ, ວັນທີ 1 ກັນຍາ 2026 — ນີ້ ບໍລິສັດປະກັນໄພ SEADRIF ໄດ້ຈ່າຍສິນປະກັນໄພທັງໝົດ 1,137,500 ໂດລາສະຫະລັດ ໃຫ້ແກ່ ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ພາຍຫຼັງມີລາຍງານວ່າ ມີຈຳນວນຜູ້ໄດ້ຮັບຜົນກະທົບຈາກໄພພິບັດສະສົມ ຫຼາຍກວ່າ 260,000 ຄົນ ທີ່ໄດ້ຮັບຜົນກະທົບຈາກຝົນທີ່ຕົກໜັກ ແລະ ນ້ຳຖ້ວມເປັນບໍລິເວນກວ້າງທົ່ວ ສປປ ລາວ ຊຶ່ງມີສາເຫດມາຈາກສະພາບລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ແກ່ຍາວ ແລະ ລະບົບຄວາມກົດອາກາດຕ່ຳທີ່ຍັງມີກຳລັງແຮງ.
ບໍລິສັດປະກັນໄພ SEADRIF ໄດ້ເລີ່ມເຊັນສັນຍາປະກັນໄພສະເພາະປະເທດ ຮ່ວມກັບ ລັດຖະບານແຫ່ງ ສປປ ລາວ ໃນປີ 2025 ໂດຍໄດ້ນຳສະເໜີ ເງື່ອນໄຂດ້ານຈຳນວນຄົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ (#PEOPLE) ທີ່ໄດ້ລາຍງານໂດຍ ລັດຖະບານ. ໃນປີ 2026, ອົງການ WFP ໄດ້ນຳໃຊ້ໂຄງສ້າງເງື່ອນໄຂດຽວກັນນີ້ ໃນການເຮັດສັນຍາປະກັນໄພກັບ ບໍລິສັດປະກັນໄພ SEADRIF ຊຶ່ງເຮັດໃຫ້ເກີດມີຂໍ້ຕົກລົງຮ່ວມມືກັນດ້ານປະກັນໄພ ລະຫວ່າງ ລັດຖະບານ ແລະ ອົງການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີຄວາມສອດຄ່ອງກັນຢ່າງເຕັມຮູບແບບ ເປັນຄັ້ງທຳອິດ ໃນພາກພື້ນອາຊຽນ.
ຂໍ້ມູນດ້ານຜົນກະທົບທີ່ເປັນທາງການ ກ່ຽວກັບຈຳນວນປະຊາຊົນທີ່ໄດ້ຮັບຜົນກະທົບ ຊຶ່ງລາຍງານໂດຍ ຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ ຂອງ ສປປ ລາວ (NDMO) ແມ່ນສູງກວ່າເກນ 200,000 ຄົນ, ສິ່ງນີ້ເປັນການບັນລຸເງື່ອນໄຂໃຫ້ມີການຈ່າຍເງິນປະກັນໄພໃນຂັ້ນທຳອິດ ພາຍໃຕ້ສັນຍາປະກັນໄພຂອງ SEADRIF ທັງສອງສະບັບ ສົ່ງຜົນໃຫ້ລະບົບການລາຍງານໄພພິບັດແຫ່ງຊາດຊຸດດຽວກັນນີ້ ສາມາດອະນຸມັດທຶນເພື່ອການຕອບໂຕ້ສຸກເສີນຂອງ ລັດຖະບານແຫ່ງ ສປປ ລາວ ແລະ ເພື່ອການຊ່ວຍເຫຼືອດ້ານມະນຸດສະທຳຂອງອົງການ WFP ໄດ້ພ້ອມກັນ.
ຫຼັງຈາກການກວດກາ ຢັ້ງຢືນຄວາມຖືກຕ້ອງ ໂດຍບໍລິສັດທີ່ປຶກສາດ້ານປະກັນໄພ Gallagher Re ຊຶ່ງເປັນຜູ້ຄຳນວນ ແລະ ປະເມີນຜົນ ຂອງບໍລິສັດ ປະກັນໄພ SEADRIF ໄດ້ຈ່າຍສິນປະກັນໄພ ດັ່ງນີ້::
-
- 1 ລ້ານໂດລາສະຫະລັດ ຈ່າຍໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ພາຍໃຕ້ວົງເງິນປະກັນໄພປະຈຳປີ 8 ລ້ານໂດລາສະຫະລັດ; ແລະ
- 137,500 ໂດລາສະຫະລັດ ຈ່າຍໃຫ້ແກ່ອົງການ WFP ພາຍໃຕ້ສັນຍາປະກັນໄພດ້ວຍວົງເງິນ 1.1 ລ້ານໂດລາສະຫະລັດ.
ທ່ານ ເບັນນາດິກ ໄຊເນີ (Benedikt Signer), ປະທານຄະນະບໍລິຫານງານ ບໍລິສັດປະກັນໄພ SEADRIF ໄດ້ກ່າວວ່າ:
“ຝົນຕົກໜັກ ແລະ ນ້ຳຖ້ວມໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍແສນຄົນ ໃນ ສປປ ລາວ ເຮັດໃຫ້ບັນດາຄອບຄົວ, ການດຳລົງຊີວິດ ແລະ ການບໍລິການທີ່ຈຳເປັນຕ້ອງຕົກຢູ່ພາຍໃຕ້ຄວາມກົດດັນ. ການຈ່າຍເງິນປະກັນໄພເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງສິ່ງທີ່ສັນຍາປະກັນໄພ ທັງສອງສະບັບ ໄດ້ຖືກອອກແບບມາ ເພື່ອໃຫ້ການຊ່ວຍເຫຼືອທີ່ທັນທີ ແລະ ມີປະສິດທິພາບ ໂດຍມີເງິນທຶນທີ່ໄດ້ຈັດກຽມໄວ້ລ່ວງໜ້າ ດ້ວຍເງື່ອນໄຂການຈ່າຍເງິນທີ່ສອດຄ່ອງໂດຍກົງກັບຜົນກະທົບຕົວຈິງຈາກໄພພິບັດ. ບໍລິສັດປະກັນໄພ SEADRIF ຈະສືບຕໍ່ປະສານງານຢ່າງໃກ້ຊິດກັບລັດຖະບານແຫ່ງ ສປປ ລາວ, ອົງການ WFP ແລະ ພັນທະມິດຂອງພວກເຮົາ ຕິດຕາມສະຖານະການຕໍ່ໄປ”.
ສັນຍາປະກັນໄພ ໃນໄລຍະເວລາສອງປີຂອງລັດຖະບານແຫ່ງ ສປປ ລາວ ໃຫ້ວົງເງິນປະກັນໄພພິບັດຫຼາຍປະເພດ ສູງສຸດເຖິງ 16 ລ້ານໂດລາສະຫະລັດ. ໂດຍໄດ້ນຳສະເໜີ ເງື່ອນໄຂດ້ານຈຳນວນຄົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຊຶ່ງເປັນເງື່ອນໄຂທີ່ອີງໃສ່ຜົນກະທົບທີ່ລາຍງານໂດຍລັດຖະບານ ເປັນແຫ່ງທຳອິດຂອງໂລກ. ທະນາຄານໂລກກຳລັງໃຫ້ການສະໜັບສະໜູນ ກະຊວງການເງິນຂອງ ສປປ ລາວ ຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດສັນຍາປະກັນໄພແບບຄົບວົງຈອນ ນັບຕັ້ງແຕ່ການຈັດຫາແຫຼ່ງທຶນເບ້ຍປະກັນໄພ ຜ່ານກອງທຶນສະໜັບສະໜູນເພື່ອບໍລິຫານຄວາມສ່ຽງດ້ານການເງິນ ແລະ ກອງທຶນໂລກຜ່ານການຊ່ວຍເຫຼືອຈາກຜູ້ໃຫ້ທຶນຫຼາຍຝ່າຍເພື່ອການຄຸ້ມຄອງຄວາມສ່ຽງ ໄປຈົນເຖິງການວາງແຜນຮັບມືກັບເຫດສຸກເສີນ, ການຄຸ້ມຄອງ ແລະ ນຳໃຊ້ເງິນທີ່ໄດ້ຮັບຈາກບໍລິສັດປະກັນໄພ ຢ່າງມີປະສິດທິຜົນ.
ພາຍໃຕ້ ເງື່ອນໄຂດ້ານຈຳນວນຄົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ການຈ່າຍເງິນປະກັນໄພຈະຖືກອະນຸມັດ ເມື່ອຈຳນວນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຢ່າງເປັນທາງການປະຈຳປີ ຕາມລາຍງານຂອງຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ ຂອງ ສປປ ລາວ (NDMO) ສູງເກີນເກນທີ່ໄດ້ຕົກລົງກັນໄວ້ລ່ວງໜ້າ. ສັນຍາປະກັນໄພ ໃນປີ 2025 ໄດ້ຈ່າຍສິນປະກັນໄພ ຈຳນວນ 2 ລ້ານໂດລາສະຫະລັດ ຫຼັງຈາກຜົນກະທົບສະສົມຈາກພາຍຸໄຊໂຄລນເຂດຮ້ອນ ວູທິບ ແລະ ວິພາ, ນໍ້າຖ້ວມ ແລະ ຝົນຕົກ ມໍລະສຸມຕາມລະດູການ.
ສັນຍາປະກັນໄພ ຂອງອົງການ WFP ໄດ້ສະທ້ອນເຖິງໂຄງສ້າງຂອງສັນຍາປະກັນໄພຂອງລັດ ທີ່ອີງໃສ່ຜົນກະທົບເປັນຫຼັກ ໂດຍໃຫ້ການປົກປ້ອງດ້ວຍວົງເງິນປະກັນໄພສູງສຸດເຖິງ 1.1 ລ້ານໂດລາສະຫະລັດ. ເງິນປະກັນໄພດັ່ງກ່າວ ຈະຖືກນຳໄປໃຊ້ໃນການດຳເນີນງານຕອບໂຕ້ກັບໄພພິບັດຂອງອົງການWFP ແລະ ຈະຖືກນຳໃຊ້ໂດຍການປະສານສົມທົບກັບລັດຖະບານ ໂດຍຜ່ານແຜນການຕອບໂຕ້ຮັບມືກັບໄພພິບັດ ທີ່ໄດ້ຕົກລົງຮ່ວມກັນ. ສັນຍາປະກັນໄພທັງສອງສະບັບ ສະແດງໃຫ້ເຫັນວ່າ ລະບົບການລາຍງານໄພພິບັດແຫ່ງຊາດທີ່ໄດ້ຈັດຕັ້ງຂຶ້ນ ສາມາດສະໜັບສະໜູນດ້ານການເງິນທີ່ຈັດກຽມໄວ້ລ່ວງໜ້າໃນຫຼາຍລະດັບ ຄືແນວໃດ, ຊຶ່ງຊ່ວຍໃຫ້ລັດຖະບານ ແລະ ພັນທະມິດດ້ານມະນຸດສະທຳ ຕອບໂຕ້ໄພພິບັດ ຜ່ານຊ່ອງທາງທີ່ຊ່ວຍສົ່ງເສີມເຊິ່ງກັນ ແລະ ກັນ.
ບໍລິສັດປະກັນໄພ SEADRIF ຈະສືບຕໍ່ຕິດຕາມຜົນກະທົບສະສົມຂອງນ້ຳຖ້ວມ ແລະ ຝົນຕົກໜັກທົ່ວ ສປປ ລາວ ຕໍ່ໄປ ແລະ ພ້ອມທີ່ຈະຕອບສະໜອງ ຫາກຂໍ້ມູນຢ່າງເປັນທາງການຂອງຫ້ອງການ NDMO ກາຍເກນເງື່ອນໄຂເພີ່ມເຕີມທີ່ກຳນົດໄວ້.
ກ່ຽວກັບ ບໍລິສັດປະກັນໄພ SEADRIF: ການຮັບມືວິກິດການຈາກໄພພິບັດ
ບໍລິສັດປະກັນໄພ SEADRIF ເປັນເວທີລະດັບພາກພື້ນ ທີ່ຈັດຕັ້ງຂຶ້ນ ແລະ ເປັນເຈົ້າຂອງໂດຍປະເທດອາຊຽນ+3 ເພື່ອເສີມສ້າງຄວາມສາມາດໃນການຮັບມືກັບໄພພິບັດ ແລະ ການປ່ຽນແປງສະພາບດິນຟ້າອາກາດ ໂດຍຜ່ານການປົກປ້ອງທາງດ້ານການເງິນທີ່ຈັດກຽມໄວ້ລ່ວງໜ້າ ແລະ ການສະໜັບສະໜູນດ້ານການໃຫ້ຄຳປຶກສາ, ຊຶ່ງຊ່ວຍໃຫ້ເຂົ້າເຖິງແຫຼ່ງທຶນທີ່ວ່ອງໄວ ແລະ ຄາດຄະເນໄດ້ ເມື່ອເກີດເຫດການວິກິດ, ເຮັດໃຫ້ລັດຖະບານສາມາດບໍລິຫານຈັດການຕົ້ນທຶນທີ່ກ່ຽວຂ້ອງກັບໄພພິບັດໄດ້ດີຂຶ້ນ.
ໂດຍຜ່ານບໍລິສັດປະກັນໄພທີ່ຢູ່ພາຍໃຕ້ການຄຸ້ມຄອງ ທີ່ໄດ້ສ້າງຕັ້ງຂຶ້ນໃນປະເທດ ສິງກະໂປ, ບໍລິສັດປະກັນໄພ SEADRIF ໄດ້ປະສົມປະສານທຶນຈາກພາກລັດ ແລະ ພາກເອກະຊົນ ເພື່ອຂະຫຍາຍຊ່ອງທາງການເຂົ້າເຖິງປະກັນໄພເພື່ອການພັດທະນາຮູບແບບໃຫມ່ ໂດຍການຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກ, ບໍລິສັດປະກັນໄພ SEADRIF ໄດ້ຮ່ວມກັນອອກແບບວິທີແກ້ໄຂບັນຫາທີ່ເໝາະສົມກັບຈຸດປະສົງ ແລະ ຂະຫຍາຍຜົນໃນທຸກ ຂະແໜງການ, ພື້ນທີ່ ແລະ ໄພພິບັດປະເພດຕ່າງໆ, ຊຶ່ງຊ່ວຍປົກປ້ອງປະຊາຊົນ, ເສດຖະກິດ ແລະ ອະນາຄົດທົ່ວອາຊີຕາເວັນອອກສ່ຽງໃຕ້.
ສຳລັບການສອບຖາມ, ກະລຸນາສົ່ງອີເມວເຖິງ: contact@seadrifinsurance.com.
ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງເວັບໄຊ seadrif.org.
ຕິດຕາມຂ່າວສານຂອງບໍລິສັດປະກັນໄພ SEADRIF ທີ່ LinkedIn.
