SEADRIF ໄດ້ໄປຢ້ຽມຍາມ ສປປ ລາວ ແລະ ນຳສະເໜີໃນການຈ່າຍເງິນປະກັນໄພ ລວມ 3 ລ້ານໂດລາສະຫະລັດ

October 3, 2024
2 MINS READ

ວັນພະຫັດ, ວັນທີ່ 3 ຕຸລາ 2024, ສປປ ລາວ - ບໍລິສັດ SEADRIF ແລະ ກະຊວງການເງິນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ຈັດພິທີນຳສະເໜີໃນການຈ່າຍເງິນຈຳນວນ 3 ລ້ານໂດລາສະຫະລັດ ຈາກນະໂຍບາຍປະກັນໄພນ້ຳຖ້ວມຂອງລັດຖະບານ ທີ່ໄດ້ຮັບຄວາມເສຍຫາຍຈາກພະຍຸໃຕ້ຝຸ່ນຢາກິ (Yagi).

ພະນະທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ສປປ ລາວ ໄດ້ຕ້ອນຮັບ ທ່ານ ເບເນດິກ ຊິກເນີ, ກຳມະການຜູ້ຈັດການບໍລິສັດປະກັນໄພ SEADRIF, ທ່ານນາງ ວຽງສະໄໝ ສິດທິລາດ, ຮັກສາການຜູ້ບໍລິຫານ ອົງການທະນາຄານໂລກປະຈຳລາວ ແລະ ທ່ານ ຈຸນິຈິໂຣ ມາສສູຢາມະ, ເລຂາໜຶ່ງຂອງສະຖານທູດຢີ່ປຸ່ນ ໃນນະຄອນຫຼວງວຽງຈັນ. ມີພະນັກງານອາວຸໂສທີ່ເປັນຕົວແທນຈາກໜ່ວຍງານພາກລັດ ກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມ. ທິມງານຈາກບໍລິສັດໄດ້ໃຊ້ໂອກາດນີ້ ເພື່ອປຶກສາຫາລື ກ່ຽວກັບ ຄວາມສຳຄັນຂອງການເງິນ ຄວາມສ່ຽງຈາກໄພພິບັດ ແລະ ການຮັກສາຄວາມຄຸ້ມຄອງ ສຳລັບປະເທດສືບຕໍ່ໄປ.

ພະນະທ່ານ ທ່ານລັດຖະມົນຕີ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ສຳລັບການຈ່າຍເງິນ ຢ່າງວ່ອງໄວ ຈາກນະໂຍບາຍປະກັນໄພນ້ຳຖ້ວມຂອງ ບໍລິສັດ SEADRIF ເຊິ່ງເງິນດັ່ງກ່າວ ມີຄວາມສຳຄັນຕໍ່ ຄວາມພະຍາຍາມໃນການ ຊ່ວຍເຫຼືອ ແລະ ຟື້ນຟູຂອງລັດຖະບານ ຫຼັງຈາກນ້ຳຖ້ວມຢ່າງຮຸນແຮງ. ນອກຈາກນີ້, ທ່ານລັດຖະມົນຕີຍັງໄດ້ຕອບຮັບ ການຮ່ວມມືຢ່າງໃກ້ຊິດ ກັບ SEADRIF, ທະນາຄານໂລກ, ລັດຖະບານຢີ່ປຸ່ນ ແລະ ລັດຖະບານສິງກະໂປ ໃນຖານະເປັນຄູ່ຮ່ວມພັດທະນາ. ທ່ານຍັງໄດ້ກ່າວເຖິງຄວາມສຳຄັນຂອງການຮ່ວມມື ຢ່າງຕໍ່ເນື່ອງ ໃນການພັດທະນາເຄື່ອງມື ແລະ ກົນໄກທາງການເງິນທີ່ເໝາະສົມ ເພື່ອເພີ່ມຄວາມສາມາດ ໃນການຕໍ່ຕ້ານກັບໄພພິບັດ ແລະ ສະພາບດິນຟ້າອາກາດ.

ທ່ານ ຊິກເນີ ຍັງເວົ້າເຖິງຄວາມເປັນຜູ້ນຳຂອງ ສປປ ລາວ ໃນການບຸກເບີກການຈັດຕັ້ງ SEADRIF ຕັ້ງແຕ່ ເລີ່ມຕົ້ນ ແລະ ການເສີມສ້າງຄວາມໝັ້ນຄົງທາງການເງິນຂອງປະເທດ. ທ່ານຍັງໄດ້ເວົ້າວ່າ ຜູ້ນຳທີ່ມີວິໄສທັດຂອງ ກະຊວງການເງິນ, ບໍ່ພຽງແຕ່ຊ່ວຍສົ່ງເສີມຄວາມເຂັ້ມແຂງ ຂອງ ສປປ ລາວ ແຕ່ຍັງເປັນແບບຢ່າງທີ່ດີ ສຳລັບທັງ ພາກພື້ນອາຊຽນ.

SEADRIF ຈະສືບຕໍ່ເຮັດວຽກຮ່ວມກັບກະຊວງການເງິນ ຂອງ ສປປ ລາວ ເພື່ອເພີ່ມການຄອບຄຸມ ແລະ ປະສິດທິພາບຂອງນະໂຍບາຍ.

ການຢ້ຽມຢາມນະຄອນຫຼວງວຽງຈັນໃນຄັ້ງນີ້ ຍັງໄດ້ຈັດການຝຶກອົບຮົມໃຫ້ພະນັກງານຂອງລັດຖະບານ ກ່ຽວກັບການ ຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງການຈ່າຍເງິນ ເຊິ່ງດຳເນີນຕາມກອບວຽກ ດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ໃນການດຳເນີນງານທີ່ມີປະສິດທິພາບ ແລະ ວ່ອງໄວ ຕາມແຜນສຸກເສີນ ສຳລັບການຈ່າຍເງິນຊ່ວຍເຫຼືອ.

ກ່ຽວກັບໂຄງການລິເລີ່ມ SEADRIF

SEADRIF ເປັນເວທີລະດັບພາກພືີ້ນທີ່ໃຫ້ຄຳປຶກສາ ແລະ ບໍລິການທາງການເງິນແກ່ປະເທດທີ່ເຂົ້າຮ່ວມເພືີ່ອເພີ່ມຄວາມ ພ້ອມ, ຄວາມທົນທານ ແລະ ຄວາມຮ່ວມມືໃນການຕອບສະໜອງຕໍໍ່ຄວາມສ່ຽງດ້ານສະພາບອາກາດ ແລະ ໄພພິບັດ. SEADRIF ກໍ່ຕັ້ງຂຶ້ນ ແລະ ເປັນເຈົ້າຂອງໂດຍປະເທດອາຊຽນ +3 ພ້ອມກັບການສະໜັບສະໜູນດ້ານການເງິນຈາກ ລັດຖະບານຂອງຍີ່ປຸ່ນ ແລະ ສິງກະໂປ. ທະນາຄານໂລກເປັນຄູ່ຮ່ວມງານດ້ານວິຊາການແນວໜ້າຂອງ SEADRIF.

ກ່ຽວກັບບໍລິສັດປະກັນໄພ SEADRIF

ບໍລິສັດປະກັນໄພ SEADRIF ກໍ່ຕັ້ງຂຶ້ນໃນປະເທດສິງກະໂປ ແລະ ໄດ້ຮັບອະນຸຍາດເປັນ ບໍລິສັດປະກັນໄພທົົ່ວໄປ ເພືີ່ອສະເໜີຜະລິດຕະພັນປະກັນໄພໃຫ້ແກ່ປະເທດສະມາຊິກ. ມັນໄດ້ຮັບການຄວບຄຸມໂດຍອົງກອນການເງິນຂອງສິງກະໂປ (Monetary Authority of Singapore) ບໍລິສັດປະກັນໄພ SEADRIF ຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກ ເພືີ່ອພັດທະນາຜະລິດຕະພັນທີ່ຊ່ວຍໃຫ້ລັດຖະບານຄຸ້ມຄອງຄ່າໃຊ້ຈ່າຍໄດ້ດີຂຶ້ນເມືີ່ອເກີດໄພທຳມະຊາດ.

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: seadrif.org/the-seadrif-insurance-company/

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: https://www.linkedin.com/company/seadrif-insurance-company

More news from
SEADRIF insurance company

SEADRIFが新たな保険契約に従い、被災に関する国家の公式データに基づいてラオス人民民主共和国に6日間で200万米ドルの支払いを実施
累進的な支払い基準により、熱帯低気圧「ウティップ」と「ウィファ」、洪水、モンスーン豪雨による累積的な影響に対する政府の対応への迅速な支援が可能になりました。
Read more
ນະໂຍບາຍໃໝ່ ຂອງບໍລິສັດປະກັນໄພ SEADRIF ຈ່າຍສິນປະກັນໄພໃຫ້ ສປປ ລາວ 2 ລ້ານ ໂດລາ ສະຫະລັດ ພາຍໃນ 6 ວັນ ໂດຍນຳໃຊ້ຂໍ້ມູນກ່ຽວກັບຜົນກະທົບລະດັບຊາດຢ່າງເປັນທາງການ.
ລະບົບປະກັນໄພຄວາມສ່ຽງຕໍ່ໄພພິບັດ ໂດຍອີງໃສ່ເງື່ອນໄຂທີ່ໄດ້ກຳນົດໄວ້ ແມ່ນໄດ້ຊ່ວຍສະໜັບສະໜູນໃຫ້ລັດຖະບານແກ້ໄຂບັນຫາ ແລະ ຕອບໂຕ້ໄດ້ຢ່າງໄວວາ ຕໍ່ຜົນກະທົບສະສົມຈາກພາຍຸໝຸນເຂດຮ້ອນ ວູທິບ, ພາຍຸ ວິພາ, ນ້ຳຖ້ວມ ແລະ ຝົນມໍລະສຸມ. ສປປ ລາວ, 3 ກັນຍາ 2025 - ບໍລິສັດປະກັນໄພ SEADRIF ໄດ້ຈ່າຍສິນປະກັນໄພ 2 ລ້ານໂດລາ ສະຫະລັດ ໃຫ້ແກ່ກະຊວງການເງິນຂອງ…
Read more
SEADRIF’s New Policy Delivers US$2M Payout to Lao PDR in 6 Days, Using Official National Impact Data
Progressive thresholds allowed cumulative impacts from Tropical Cyclones Wutip and Wipha, flooding, and monsoon rains to unlock rapid support for government response. Lao PDR, 3…
Read more