SEADRIF ໄດ້ໄປຢ້ຽມຍາມ ສປປ ລາວ ແລະ ນຳສະເໜີໃນການຈ່າຍເງິນປະກັນໄພ ລວມ 3 ລ້ານໂດລາສະຫະລັດ

October 3, 2024
2 MINS READ

ວັນພະຫັດ, ວັນທີ່ 3 ຕຸລາ 2024, ສປປ ລາວ - ບໍລິສັດ SEADRIF ແລະ ກະຊວງການເງິນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ຈັດພິທີນຳສະເໜີໃນການຈ່າຍເງິນຈຳນວນ 3 ລ້ານໂດລາສະຫະລັດ ຈາກນະໂຍບາຍປະກັນໄພນ້ຳຖ້ວມຂອງລັດຖະບານ ທີ່ໄດ້ຮັບຄວາມເສຍຫາຍຈາກພະຍຸໃຕ້ຝຸ່ນຢາກິ (Yagi).

ພະນະທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ສປປ ລາວ ໄດ້ຕ້ອນຮັບ ທ່ານ ເບເນດິກ ຊິກເນີ, ກຳມະການຜູ້ຈັດການບໍລິສັດປະກັນໄພ SEADRIF, ທ່ານນາງ ວຽງສະໄໝ ສິດທິລາດ, ຮັກສາການຜູ້ບໍລິຫານ ອົງການທະນາຄານໂລກປະຈຳລາວ ແລະ ທ່ານ ຈຸນິຈິໂຣ ມາສສູຢາມະ, ເລຂາໜຶ່ງຂອງສະຖານທູດຢີ່ປຸ່ນ ໃນນະຄອນຫຼວງວຽງຈັນ. ມີພະນັກງານອາວຸໂສທີ່ເປັນຕົວແທນຈາກໜ່ວຍງານພາກລັດ ກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມ. ທິມງານຈາກບໍລິສັດໄດ້ໃຊ້ໂອກາດນີ້ ເພື່ອປຶກສາຫາລື ກ່ຽວກັບ ຄວາມສຳຄັນຂອງການເງິນ ຄວາມສ່ຽງຈາກໄພພິບັດ ແລະ ການຮັກສາຄວາມຄຸ້ມຄອງ ສຳລັບປະເທດສືບຕໍ່ໄປ.

ພະນະທ່ານ ທ່ານລັດຖະມົນຕີ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ສຳລັບການຈ່າຍເງິນ ຢ່າງວ່ອງໄວ ຈາກນະໂຍບາຍປະກັນໄພນ້ຳຖ້ວມຂອງ ບໍລິສັດ SEADRIF ເຊິ່ງເງິນດັ່ງກ່າວ ມີຄວາມສຳຄັນຕໍ່ ຄວາມພະຍາຍາມໃນການ ຊ່ວຍເຫຼືອ ແລະ ຟື້ນຟູຂອງລັດຖະບານ ຫຼັງຈາກນ້ຳຖ້ວມຢ່າງຮຸນແຮງ. ນອກຈາກນີ້, ທ່ານລັດຖະມົນຕີຍັງໄດ້ຕອບຮັບ ການຮ່ວມມືຢ່າງໃກ້ຊິດ ກັບ SEADRIF, ທະນາຄານໂລກ, ລັດຖະບານຢີ່ປຸ່ນ ແລະ ລັດຖະບານສິງກະໂປ ໃນຖານະເປັນຄູ່ຮ່ວມພັດທະນາ. ທ່ານຍັງໄດ້ກ່າວເຖິງຄວາມສຳຄັນຂອງການຮ່ວມມື ຢ່າງຕໍ່ເນື່ອງ ໃນການພັດທະນາເຄື່ອງມື ແລະ ກົນໄກທາງການເງິນທີ່ເໝາະສົມ ເພື່ອເພີ່ມຄວາມສາມາດ ໃນການຕໍ່ຕ້ານກັບໄພພິບັດ ແລະ ສະພາບດິນຟ້າອາກາດ.

ທ່ານ ຊິກເນີ ຍັງເວົ້າເຖິງຄວາມເປັນຜູ້ນຳຂອງ ສປປ ລາວ ໃນການບຸກເບີກການຈັດຕັ້ງ SEADRIF ຕັ້ງແຕ່ ເລີ່ມຕົ້ນ ແລະ ການເສີມສ້າງຄວາມໝັ້ນຄົງທາງການເງິນຂອງປະເທດ. ທ່ານຍັງໄດ້ເວົ້າວ່າ ຜູ້ນຳທີ່ມີວິໄສທັດຂອງ ກະຊວງການເງິນ, ບໍ່ພຽງແຕ່ຊ່ວຍສົ່ງເສີມຄວາມເຂັ້ມແຂງ ຂອງ ສປປ ລາວ ແຕ່ຍັງເປັນແບບຢ່າງທີ່ດີ ສຳລັບທັງ ພາກພື້ນອາຊຽນ.

SEADRIF ຈະສືບຕໍ່ເຮັດວຽກຮ່ວມກັບກະຊວງການເງິນ ຂອງ ສປປ ລາວ ເພື່ອເພີ່ມການຄອບຄຸມ ແລະ ປະສິດທິພາບຂອງນະໂຍບາຍ.

ການຢ້ຽມຢາມນະຄອນຫຼວງວຽງຈັນໃນຄັ້ງນີ້ ຍັງໄດ້ຈັດການຝຶກອົບຮົມໃຫ້ພະນັກງານຂອງລັດຖະບານ ກ່ຽວກັບການ ຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງການຈ່າຍເງິນ ເຊິ່ງດຳເນີນຕາມກອບວຽກ ດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ໃນການດຳເນີນງານທີ່ມີປະສິດທິພາບ ແລະ ວ່ອງໄວ ຕາມແຜນສຸກເສີນ ສຳລັບການຈ່າຍເງິນຊ່ວຍເຫຼືອ.

ກ່ຽວກັບໂຄງການລິເລີ່ມ SEADRIF

SEADRIF ເປັນເວທີລະດັບພາກພືີ້ນທີ່ໃຫ້ຄຳປຶກສາ ແລະ ບໍລິການທາງການເງິນແກ່ປະເທດທີ່ເຂົ້າຮ່ວມເພືີ່ອເພີ່ມຄວາມ ພ້ອມ, ຄວາມທົນທານ ແລະ ຄວາມຮ່ວມມືໃນການຕອບສະໜອງຕໍໍ່ຄວາມສ່ຽງດ້ານສະພາບອາກາດ ແລະ ໄພພິບັດ. SEADRIF ກໍ່ຕັ້ງຂຶ້ນ ແລະ ເປັນເຈົ້າຂອງໂດຍປະເທດອາຊຽນ +3 ພ້ອມກັບການສະໜັບສະໜູນດ້ານການເງິນຈາກ ລັດຖະບານຂອງຍີ່ປຸ່ນ ແລະ ສິງກະໂປ. ທະນາຄານໂລກເປັນຄູ່ຮ່ວມງານດ້ານວິຊາການແນວໜ້າຂອງ SEADRIF.

ກ່ຽວກັບບໍລິສັດປະກັນໄພ SEADRIF

ບໍລິສັດປະກັນໄພ SEADRIF ກໍ່ຕັ້ງຂຶ້ນໃນປະເທດສິງກະໂປ ແລະ ໄດ້ຮັບອະນຸຍາດເປັນ ບໍລິສັດປະກັນໄພທົົ່ວໄປ ເພືີ່ອສະເໜີຜະລິດຕະພັນປະກັນໄພໃຫ້ແກ່ປະເທດສະມາຊິກ. ມັນໄດ້ຮັບການຄວບຄຸມໂດຍອົງກອນການເງິນຂອງສິງກະໂປ (Monetary Authority of Singapore) ບໍລິສັດປະກັນໄພ SEADRIF ຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກ ເພືີ່ອພັດທະນາຜະລິດຕະພັນທີ່ຊ່ວຍໃຫ້ລັດຖະບານຄຸ້ມຄອງຄ່າໃຊ້ຈ່າຍໄດ້ດີຂຶ້ນເມືີ່ອເກີດໄພທຳມະຊາດ.

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: seadrif.org/the-seadrif-insurance-company/

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: https://www.linkedin.com/company/seadrif-insurance-company

More news from
SEADRIF insurance company

SEADRIF Releases Additional Financing as Lao PDR Flood Impacts Grow, Taking Total Payouts to US$2.28 Million
Total payouts to the Government of Lao PDR and WFP have now reached US$2.28 million, after rising cumulative flood impacts triggered a second US$1.14 million…
Read more
SEADRIFは、大雨と広範囲にわたる洪水を受け、5営業日以内にラオス政府および WFPへ114万米ドルの保険金支払いを実施
政府が報告した災害影響データに基づき、ラオス人民民主共和国政府およびWFPへ の補完的な給付金が支払われました。これは、単一の国家報告システムを通じて、 #PEOPLEトリガーが累積的な災害影響にどのように対応するかを示すものです。
Read more
ບໍລິສັດປະກັນໄພ SEADRIF ໄດ້ຈ່າຍສິນປະກັນໄພ ມູນຄ່າ 1.14 ລ້ານ ໂດລາ ສະຫະລັດ ໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການອາຫານໂລກ (WFP) ພາຍໃນ 5 ວັນລັດຖະການ ພາຍຫຼັງເຫດການຝົນຕົກໜັກ ແລະ ນ້ຳຖ້ວມເປັນບໍລິເວນກວ້າງ
ຂໍ້ມູນກ່ຽວກັບຜົນກະທົບຈາກໄພພິບັດ ທີ່ລັດຖະບານໄດ້ລາຍງານ ໄດ້ເປັນເງື່ອນໄຂໃຫ້ມີການຈ່າຍສິນປະກັນໄພເພີ່ມຕື່ມ ໃຫ້ແກ່ ລັດຖະບານ ສປປ ລາວ ແລະ ອົງການ WFP ຊຶ່ງສະແດງໃຫ້ເຫັນວ່າ ເງື່ອນໄຂດ້ານຈຳນວນຄົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຕອບສະໜອງຕໍ່ຜົນກະທົບທີ່ສະສົມຈາກໄພພິບັດ ໂດຍຜ່ານລະບົບການລາຍງານແຫ່ງຊາດປະຕູດຽວ. ຢູ່ ສປປ ລາວ, ວັນທີ 1 ກັນຍາ 2026 — ນີ້ ບໍລິສັດປະກັນໄພ SEADRIF…
Read more