SEADRIF ຈ່າຍເງິນ 750,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອ ສປປ ລາວ ຕໍ່ກັບສະພາບນ້ຳຖ້ວມທີ່ກຳລັງຕໍ່ເນື່ອງຢູ່

September 24, 2024
2 MINS READ

[ສິງກະໂປ, ວັນອັງຄານ ວັນທີ 24 ກັນຍາ 2024] – ບໍລິສັດປະກັນໄພ SEADRIF ໄດ້ດຳເນີນການຈ່າຍເງິນຈຳນວນ 750,000 ລ້ານໂດລາສະຫະລັດ ຫຼັງຈາກທີ່ພາຍຸໃຕ້ຝຸ່ນຢາກິ (Yagi) ໄດ້ເຂົ້າທຳລາຍໃນ 8 ແຂວງ ໃນ ສປປ ລາວ ລວມມີ ແຂວງນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ແຂວງໄຊຍະບູລີ.

ບໍລິສັດ SEADRIF ຂໍສະແດງຄວາມເສຍໃຈຢ່າງຍິ່ງ ຕໍ່ປະຊາຊົນບັນດາເຜົ່າ ແລະ ລັດຖະບານ ສປປ ລາວ ສຳລັບການ ສູນເສຍຊີວິດ, ຜົນຜະລິດ ແລະ ຊັບສິນ. SEADRIF ຂໍສະແດງຄວາມເຫັນອົກເຫັນໃຈຕໍ່ກັບ ລັດຖະບານຫວຽດນາມ, ມ້ຽນມາ ແລະ ຟີລິບປິນ ຕໍ່ກັບການສູນເສຍໃນຄັ້ງນີ້ ແລະ ບັນດາປະເທດອື່ນໆ ໃນພາກພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

SEADRIF ໄດ້ເລີ່ມການຈ່າຍເງິນຄັ້ງທຳອິດຈຳນວນ 750,000 ໂດລາສະຫະລັດ ໃນວັນສຸກ ວັນທີ 20 ກັນຍາ ຫຼັງຈາກ ກວດສອບຂໍ້ມູນກ່ຽວກັບຈຳນວນຜູ້ທີ່ໄດ້ຮັບຜົນກະທົບ. ໃຊ້ເວລາພຽງ 5 ວັນ ຫຼັງຈາກທີ່ໄດ້ດຳເນີນການສັງເກດການຈຸດສູງສຸດ ຂອງໄພພິບັດນ້ຳຖ້ວມໃນ ນະຄອນຫຼວງວຽງຈັນ ເມື່ອວັນທີ 15 ກັນຍາ ແລະ ໃນວັນດຽວກັນນັ້ນ ຕົວແທນການຄິດໄລ່ ໄດ້ຢັ້ງຢືນຜົນກະທົບຈາກໄພພິບັດນ້ຳຖ້ວມ. ບໍລິສັດ ແລະ ຕົວແທນການຄຳນວນ ຈະສືບຕໍ່ຕິດຕາມເຫດການທີ່ເກີດຂຶ້ນ ເມື່ອມີ ຂໍ້ມູນອັບເດດກ່ຽວກັບລະດັບນ້ຳຂອງແມ່ນໍ້າຂອງ ເຊິ່ງອາດຈະເຮັດໃຫ້ຕ້ອງມີການຈ່າຍເພີ່ມເຕີມ.

ການກະກຽມການຈ່າຍເງິນເລີ່ມຕົ້ນທັນທີ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ SEADRIF ໃນການສະໜັບສະໜູນ ລັດຖະບານ ແລະ ຊຸມຊົນ ໃນຊ່ວງວິກິດການນີ້. ເງິນທຶນຈະຊ່ວຍສະໜັບສະໜູນຄວາມພະຍາຍາມໃນການຟື້ນຟູຂອງ ສປປ ລາວ ແລະ ຊ່ວຍໃຫ້ລັດຖະບານ ເຂົ້າເຖິງປະຊາຊົນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຕາມແຜນການທີ່ໄດ້ຮັບການອະນຸມັດໄວ້ລ່ວງໜ້າ. ນີ້ລວມທັງການຈັດຫາເຄື່ອງອຸປະໂພກບໍລິໂພກ ແລະ ການບໍລິການທີ່ຈຳເປັນ ສຳລັບການຊ່ວຍເຫຼືອສຸກເສີນ ຫຼັງຈາກໄພພິບັດ, ການຄວບຄຸມການເສຍຫາຍ ແລະ ການຟື້ນຟູບໍລິການທີ່ຈຳເປັນ. ການໃຊ້ຈ່າຍທັງໝົດຈະຕ້ອງປະຕິບັດຕາມລະບົບການ ຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມ (ESMS) ຂອງ SEADRIF ເຊິ່ງໄດ້ກະກຽມຂຶ້ນ ຕາມກອບການຈັດການ ດ້ານສິ່ງແວດລ້ອມ ແລະ ສັງຄົມ (ESF) ຂອງທະນາຄານໂລກ.

ທ່ານ ໄພທູນ ທ່ຽງລະໄມ, ຮັກສາການຫົວໜ້າກົມຄຸ້ມຄອງລັດວິສາຫະກິດ ແລະ ປະກັນໄພ, ກະຊວງການເງິນ, ສປປ ລາວ, ໄດ້ເວົ້າວ່າ: “ປະຊາຊົນລາວບັນດາເຜົ່າໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກໄພພິບັດນ້ຳຖ້ວມທີ່ເກີດຈາກຝົນຕົກໜັກ ແລະ ລົມແຮງ ຂອງພາຍຸໃຕ້ຝຸ່ນຢາກິ (Yagi) ໃນຄັ້ງນີ້. ການຈ່າຍເງິນທີ່ວ່ອງໄວທີ່ພວກເຮົາໄດ້ຮັບຈາກ SEADRIF ຈະຊ່ວຍໃຫ້ ລັດຖະບານສາມາດຕອບສະໜອງຄວາມຕ້ອງການດ້ານການຊ່ວຍເຫຼືອ ແລະ ການຟື້ນຟູ ສຳລັບຜູ້ທີ່ບອບບາງທີ່ສຸດທີ່ໄດ້ຮັບ ຜົນກະທົບ. ການສະໜັບສະໜູນທີ່ທັນເວລານີ້ ຈະຊ່ວຍສົ່ງເສີມຄວາມພະຍາຍາມໃນການຄວບຄຸມຄວາມເສຍຫາຍ ແລະ ຟື້ນຟູ ຂອງພວກເຮົາ. ພວກເຮົາຂໍຂອບໃຈເປັນຢ່າງສູງຕໍ່ກັບການຮ່ວມມືທີ່ມຸ່ງໝັ້ນ ແລະ ການບໍລິການທີ່ມີປະສິດທິພາບຈາກທີມງານ SEADRIF.”

ທ່ານ ເບເນດິກ ຊິກເນີ, ກຳມະການຜູ້ຈັດການບໍລິສັດປະກັນໄພ SEADRIF ໄດ້ກ່າວວ່າ: “ພວກເຮົາຢືນຢູ່ຄຽງຂ້າງປະຊາຊົນ ແລະ ລັດຖະບານ ສປປ ລາວ ໃນຊ່ວງເວລາທີ່ຍາກລຳບາກນີ້. ການຈ່າຍເງິນທີ່ທັນເວລານີ້ ເປັນເຄື່ອງຢືນຢັນເຖິງການບໍລິຫານ ຈັດການຄວາມສ່ຽງທາງດ້ານສະພາບດິນຟ້າອາກາດ ທີ່ມີວິໄສທັດຂອງລັດຖະບານ ສປປ ລາວ. ມັນສະແດງໃຫ້ເຫັນເຖິງ ຄຸນຄ່າຂອງການສະໜອງທຶນທີ່ຈັດກຽມໄວ້ລ່ວງໜ້າຜ່ານຜະລິດຕະພັນຂອງ SEADRIF ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກ ເຫດການຮຸນແຮງ.

ພວກເຮົາມຸ່ງໝັ້ນທີ່ຈະສະໜັບສະໜູນສະມາຊິກຂອງພວກເຮົາທັງໝົດ ໃນການສ້າງຄວາມແຂງແຮງທາງດ້ານການເງິນທີ່ຍືດຫຍຸ່ນ ຕໍ່ໄພພິບັດ ແລະ ຜົນກະທົບຈາກສະພາບດິນຟ້າອາກາດ.”

SEADRIF ຂອບໃຈການຮ່ວມມືຢ່າງໃກ້ຊິດກັບ ກະຊວງການເງິນ ຂອງ ສປປ ລາວ, ທະນາຄານໂລກ, JBA ແລະ GallagherRe ລວມທັງການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ແລະ ສິງກະໂປ ທີ່ເຮັດໃຫ້ການປົກປ້ອງໃນຄັ້ງນີ້ ດຳເນີນໄປດ້ວຍດີ.

ກ່ຽວກັບໂຄງການລິເລີ່ມ SEADRIF

SEADRIF ເປັນເວທີລະດັບພາກພືີ້ນທີ່ໃຫ້ຄຳປຶກສາ ແລະ ບໍລິການທາງການເງິນແກ່ປະເທດທີ່ເຂົ້າຮ່ວມເພືີ່ອເພີ່ມຄວາມ ພ້ອມ, ຄວາມທົນທານ ແລະ ຄວາມຮ່ວມມືໃນການຕອບສະໜອງຕໍໍ່ຄວາມສ່ຽງດ້ານສະພາບອາກາດ ແລະ ໄພພິບັດ. SEADRIF ກໍ່ຕັ້ງຂຶ້ນ ແລະ ເປັນເຈົ້າຂອງໂດຍປະເທດອາຊຽນ +3 ພ້ອມກັບການສະໜັບສະໜູນດ້ານການເງິນຈາກ ລັດຖະບານຂອງຍີ່ປຸ່ນ ແລະ ສິງກະໂປ. ທະນາຄານໂລກເປັນຄູ່ຮ່ວມງານດ້ານວິຊາການແນວໜ້າຂອງ SEADRIF.

ກ່ຽວກັບບໍລິສັດປະກັນໄພ SEADRIF

ບໍລິສັດປະກັນໄພ SEADRIF ກໍ່ຕັ້ງຂຶ້ນໃນປະເທດສິງກະໂປ ແລະ ໄດ້ຮັບອະນຸຍາດເປັນ ບໍລິສັດປະກັນໄພທົົ່ວໄປ ເພືີ່ອສະເໜີຜະລິດຕະພັນປະກັນໄພໃຫ້ແກ່ປະເທດສະມາຊິກ. ມັນໄດ້ຮັບການຄວບຄຸມໂດຍອົງກອນການເງິນຂອງສິງກະໂປ (Monetary Authority of Singapore) ບໍລິສັດປະກັນໄພ SEADRIF ຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກ ເພືີ່ອພັດທະນາຜະລິດຕະພັນທີ່ຊ່ວຍໃຫ້ລັດຖະບານຄຸ້ມຄອງຄ່າໃຊ້ຈ່າຍໄດ້ດີຂຶ້ນເມືີ່ອເກີດໄພທຳມະຊາດ.

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: seadrif.org/the-seadrif-insurance-company/

ສຳລັບຂໍ້ມູນເພີ່ມເຕີມ ແລະ ການອັບເດດ, ກະລຸນາເຂົ້າເບິ່ງທີ່: https://www.linkedin.com/company/seadrif-insurance-company

More news from
SEADRIF insurance company

SEADRIF Collaborates with the Government of the Philippines to Strengthen the Nation's Disaster Risk Finance and Insurance Strategy
The Philippines' Department of Finance (DOF) and the SEADRIF Insurance Company have established a collaborative framework to strengthen the country's financial resilience against disasters and…
Read more
Groundbreaking Joint Grant Agreement signed as Global Shield Solutions Platform supports Regional Risk Pools’ move from commitment to implementation
In a major step toward global collaboration on disaster risk finance, four Regional Risk Pools convened in Frankfurt in April 2025 for a CEO Summit…
Read more
SEADRIF Insurance Company welcomes Ms. Shannen Nicole Chua as the Implementation and Program Development Specialist
SEADRIF Insurance Company is pleased to announce the appointment of Ms. Shannen Nicole Chua as the Implementation and Program Development Specialist. In this role, Shannen…
Read more