ບໍລິສັດ SEADRIF ໄດ້ຈ່າຍສິນປະກັນໄພເພີີ່ມເຕີມ ສໍາລັບຜົນກະທົບຈາກໄພນໍໍ້າຖ້ວມໃນ ສປປ ລາວ ທີີ່ເພີີ່ມຂ ຶ້ນ, ເຊິີ່ງເຮັດໃຫ້ຍອດສິນປະກັນໄພທີີ່ເບີກຈ່າຍທັງໝົດເພີີ່ມຂ ຶ້ນເປັນ 2,28 ລ້ານ ໂດລາສະຫະລັດ

September 7, 2026
2 MINS READ

ຍອດຈ່າຍສິນປະກັນໄພທັງໝົດທີ່ມອບໃຫ້ແກ່ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກ (WFP) ໃນປັດຈຸບັນບັນລຸເຖິງ 2,28 ລ້ານໂດລາສະຫະລັດ, ຫຼັງຈາກຜົນກະທົບຈາກໄພນໍ້າຖ້ວມສະສົມທີ່ເພີ່ມຂຶ້ນ ໄດ້ເຮັດໃຫ້ມີການເບີກຈ່າຍສິນປະກັນໄພທີ່ຈັດກຽມໄວ້ລ່ວງໜ້າຮອບທີ 2 ມູນຄ່າ 1,14 ລ້ານ ໂດລາສະຫະລັດ

ສປປ ລາວ, 4 ກັນຍາ 2026 — ບໍລິສັດປະກັນໄພ SEADRIF ໄດ້ຈ່າຍສິນປະກັນໄພເພີີ່ມເຕີມຈໍານວນ 1.137.500 ໂດລາສະຫະລັດ ໃຫ້ແກ່ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP). ຜົນກະທົບທີີ່ຖືກລາຍງານອັນເປັນຜົນມາຈາກຝົນຕົກໜັກຢ່າງຕໍໍ່ເນືີ່ອງ ແລະ ໄພນໍໍ້າຖ້ວມເປັນວົງກວ້າງ ໃນປັດຈຸບັນມີຜູ້ໄດ້ຮັບຜົນກະທົບຫາຍກວ່າ375.000 ຄົນໃນທົົ່ວ ສປປ ລາວ

ການຈ່າຍສິນປະກັນໄພຮອບທີ 2 ສະແດງໃຫ້ເຫັນວ່າ ການຈັດກຽມເງິນທ ນ ໄວ້ລ່ວງໜ້າຂອງ ບໍລິສັດ SEADRIF ສາມາດປັບຂະໜາດໄດ້ຕາມຜົນກະທົບຂອງໄພພິບັດທີີ່ເພີີ່ມຂ ຶ້ນຕໍໍ່ປະຊາຊົນ. ແທນທີີ່ຈະອີງໃສ່ເຫດການໄພພິບັດພຽງຄັຶ້ງດຽວ, ຕົວຊີຶ້ວັດການປ່ອຍເງິນ #PEOPLE ໄດ້ຕິດຕາມຈໍານວນຜູ້ໄດ້ຮັບຜົນກະທົບສະສົມຈາກໄພພິບັດທີີ່ມີເງືີ່ອນໄຂ ແລະ ເບີກຈ່າຍສິນປະກັນໄພເມືີ່ອບັນລຸເຖິງເກນທີີ່ໄດ້ຕົກລົງກັນໄວ້ລ່ວງໜ້າຕາມລໍາດັບ

ການເບີກຈ່າຍສິນປະກັນໄພດັ່ງກ່າວ, ເຊິ່ງດຳເນີນການພາຍໃນເວລາພຽງ 2 ວັນລັດຖະການ ຫຼັງຈາກໄດ້ຮັບການລາຍງານຜົນກະທົບສະບັບປັບປຸງ, ເຮັດໃຫ້ຍອດສິນປະກັນໄພທີ່ເບີກຈ່າຍທັງໝົດເພີ່ມຂຶ້ນເປັນ 2.275.000 ໂດລາສະຫະລັດ. ນີ້ແມ່ນສືບເນື່ອງມາຈາກການເບີກຈ່າຍສິນປະກັນໄພກ່ອນໜ້ານີ້ ຈຳນວນ 1.137.500 ໂດລາສະຫະລັດ ທີ່ມອບໃຫ້ແກ່ ລັດຖະບານ ສປປ ລາວ ແລະ WFP ໃນວັນທີ 1 ກັນຍາ ພາຍໃນເວລາ 5 ວັນລັດຖະການ, ເຊິ່ງເປັນການເບີກຈ່າຍສິນປະກັນໄພ ໃນຂະນະທີ່ເຫດການໄພພິບັດຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ.

ນີຶ້ແມ່ນປະເພດຂອງເຫດການທີີ່ຕົວຊີຶ້ວັດການປ່ອຍເງິນ #PEOPLE ຖືກອອກແບບມາເພືີ່ອແກ້ໄຂຢ່າງແທ້ຈິງ: ບໍໍ່ພຽງແຕ່ເປັນໄພພິບັດຄັຶ້ງໃຫຍ່ພຽງຄັຶ້ງດຽວ, ແຕ່ເປັນຜົນກະທົບສະສົມຂອງເຫດການທີີ່ເກີດຂ ຶ້ນຊໍໍ້າໆ ແລະ ແກ່ຍາວ ເຊິີ່ງສົົ່ງຜົນກະທົບຕໍໍ່ຊຸມຊົນໃນຫາຍພືຶ້ນທີີ່. ເງິນທນຈະຖືກປ່ອຍອອກມາທັນທີເມືີ່ອບັນລຸເກນທີີ່ກໍານົດໄວ້ ແທນທີີ່ຈະລໍຖ້າການປະເມີນຜົນທີີ່ຍາວນານຫ ັງຈາກເກີດໄພພິບັດແລ້ວ.

SEADRIF ໄດ້ຕໍໍ່ອາຍຸກົມມະທັນປະກັນໄພລະດັບຊາດກັບ ລັດຖະບານ ສປປ ລາວ ໃນປີ 2025, ໂດຍໄດ້ນໍາສະເໜີຕົວຊີຶ້ວັດການປ່ອຍເງິນຕາມຜົນກະທົບທີີ່ລາຍງານໂດຍລັດຖະບານພາຍໃຕ້ຊືີ່ #PEOPLE WFP ໄດ້ຮັບຮອງເອົາໂຄງສ້າງຕົວກະຕຸ້ນດຽວກັນນີຶ້ ໃນນະໂຍບາຍຮ່ວມກັບ SEADRIF ໃນປີ 2026, ເຊິີ່ງສ້າງໃຫ້ເກີດການຈັດການປະກັນໄພດ້ານມະນຸດສະທໍາແລະ ລັດຖະບານທີີ່ສອດຄ່ອງກັນຢ່າງສົມບູນແບບເປັນຄັຶ້ງທໍາອິດໃນອາຊຽນ

ສໍາລັບລັດຖະບານ, ຜົນປະໂຫຍດທີີ່ໄດ້ຮັບຄືຄວາມທັນເວລາ ແລະ ຄວາມສາມາດໃນການຄາດຄະເນໄດ້. ການສະໜອງທນບໍໍ່ໄດ້ຂ ຶ້ນຢູ່ກັບການລໍຖ້າໃຫ້ໄພພິບັດສິຶ້ນສຸດລົງ ຫ ື ລໍຖ້າໃຫ້ການປະເມີນຄວາມເສຍຫາຍທາງເສດຖະກິດສໍາເລັດຢ່າງຄົບຖ້ວນ.ເງິນທ ນຈະຖືກປ່ອຍອອກມາທັນທີທີີ່ຂໍໍ້ມູນຜົນກະທົບທີີ່ໄດ້ຮັບລາຍງານ ບັນລຸເກນທີີ່ຕົກລົງກັນໄວ້ລ່ວງໜ້າ ແລະ ບົດລາຍງານເຫດການໄດ້ຮັບການກວດສອບແລ້ວ.

ທ່ານ Benedikt Signer, ຜູ້ບໍລິຫານສູງສຸດຂອງບໍລິສັດປະກັນໄພ SEADRIF, ກ່າວວ່າ:

“ການເບີກຈ່າຍສິນປະກັນໄພເພີີ່ມເຕີມໃຫ້ແກ່ລັດຖະບານ ສປປ ລາວ ແລະ WFP ສະແດງໃຫ້ເຫັນວ່າ ຜະລິດຕະພັນ#PEOPLE ຂອງພວກເຮົາຕອບສະໜອງແນວໃດ ຕໍໍ່ຜົນກະທົບຈາກໄພພິບັດທີີ່ເພີີ່ມຂ ຶ້ນ. ພວກເຮົາປ່ອຍເງິນຊ່ວຍເຫ ືອທັນທີທີີ່ການລາຍງານຈໍານວນຜູ້ໄດ້ຮັບຜົນກະທົບຈາກເຫດການ ໄດ້ຢັັ້ງຢືນວ່າ ຜົນກະທົບເກີນເກນທີີ່ຕົກລົງກັນໄວ້. ເມືີ່ອຄວາມຕ້ອງການເພີີ່ມຂ ຶ້ນ, ໂຄງສ້າງກໍຈະໃຫ້ການຊ່ວຍເຫ ືອເພີີ່ມເຕີມຢ່າງວ່ອງໄວເຊັົ່ນດຽວກັນ.”

ກົມມະທັນປະກັນໄພລະດັບຊາດໄລຍະເວລາ 2 ປີຂອງລັດຖະບານ ສປປ ລາວ ໃຫ້ຄວາມຄຸ້ມຄອງໄພພິບັດຫາຍຮູບແບບໃນມູນຄ່າສູງສຸດເຖິງ 16 ລ້ານໂດລາສະຫະລັດ. ນະໂຍບາຍດັົ່ງກ່າວໄດ້ນໍາສະເໜີ #PEOPLE, ເຊິີ່ງເປັນຕົວກະຕຸ້ນຜົນກະທົບທີີ່ລັດຖະບານລາຍງານເປັນຄັຶ້ງທໍາອິດຂອງໂລກ. ທະນາຄານໂລກກໍາລັງໃຫ້ການສະໜັບສະໜູນຢ່າງໃກ້ຊິດແກ່ ກະຊວງການເງິນ,ສປປ ລາວ ໃນການກໍານົດນະໂຍບາຍແບບຮັດກຸມ, ຕັຶ້ງແຕ່ການຈັດກຽມການສະໜອງທ ນສໍາລັບຄ່າທໍານຽມປະກັນໄພ ຜ່ານກອງທ ນ Risk Finance Umbrella ແລະ ກອງທ ນ Global Shield Financing Facility Multi-Donor Trust Funds ຈົນເຖິງການວາງແຜນຮັບມືກັບເຫດສຸກເສີນ ແລະ ການຄຸ້ມຄອງ ແລະ ການນໍາໃຊ້ສິນປະກັນໄພທີີ່ມີປະສິດທິຜົນ.

ພາຍໃຕ້ຜະລິດຕະພັນ #PEOPLE, ການເບີກຈ່າຍສິນປະກັນໄພຈະຖືກເປີດນໍາໃຊ້ເມືີ່ອຕົວເລກຢ່າງເປັນທາງການປະຈໍາປີຂອງຜູ້ໄດ້ຮັບຜົນກະທົບຈາກໄພພິບັດເກີນເກນທີີ່ຕົກລົງກັນໄວ້ລ່ວງໜ້າ ໂດຍອີງຕາມການລາຍງານຂອງຄະນະກໍາມະການຄຸ້ມຄອງໄພພິບັດ (NDMO).

ນະໂຍບາຍຂອງ WFP ມີໂຄງສ້າງທີີ່ອີງໃສ່ຜົນກະທົບແບບດຽວກັນກັບນະໂຍບາຍລະດັບຊາດ, ໂດຍໃຫ້ການຄຸ້ມຄອງສູງເຖິງ1,1 ລ້ານໂດລາສະຫະລັດ. ການເບີກຈ່າຍເງິນແມ່ນ ເພືີ່ອສະໜອງທ ນໃຫ້ແກ່ການປະຕິບັດງານຕອບໂຕ້ຂອງ WFP ແລະຖືກນໍາໃຊ້ໂດຍການປະສານງານກັບລັດຖະບານ ຜ່ານແຜນການຕອບໂຕ້ທີີ່ໄດ້ຕົກລົງຮ່ວມກັນ.

ເມືີ່ອຜົນກະທົບສະສົມເພີີ່ມຂ ຶ້ນ ແລະ ບັນລຸເກນຕາມລໍາດັບ, ໂຄງສ້າງສາມາດເຮັດໃຫ້ມີເງິນສິນປະກັນໄພເພີີ່ມເຕີມໄດ້ຕາມຄວາມຕ້ອງການທີີ່ເພີີ່ມຂ ຶ້ນ. ບໍລິສັດປະກັນໄພ SEADRIF ຈະສືບຕໍໍ່ຕິດຕາມຜົນກະທົບສະສົມຂອງໄພນໍໍ້າຖ້ວມ ແລະ ຝົນຕົກໜັກໃນທົົ່ວ ສປປ ລາວ ແລະ ພ້ອມທີີ່ຈະຕອບສະໜອງ ຖ້າຂໍໍ້ມູນຢ່າງເປັນທາງການເພີີ່ມເຕີມຂອງ NDMO ບັນລຸເກນການເບີກຈ່າຍສິນປະກັນໄພອືີ່ນໆອີກ

ກ່ຽວກັບ SEADRIF: ຫ ຸດຜ່ອນວິກິດການ ໃນຍາມໄພພິບັດ
SEADRIF ແມ່ນເວທີລະດັບພາກພືຶ້ນທີີ່ສ້າງຕັຶ້ງຂ ຶ້ນ ແລະ ເປັນເຈົຶ້າຂອງໂດຍປະເທດອາຊຽນ+3 ເພືີ່ອສ້າງຄວາມເຂັຶ້ມແຂງໃນການຮັບມືກັບໄພພິບັດ ແລະ ຄວາມທົນທານຕໍໍ່ສະພາບອາກາດ ຜ່ານການປົກປ້ອງທາງດ້ານການເງິນທີີ່ຈັດກຽມໄວ້ລ່ວງໜ້າ ແລະການສະໜັບສະໜູນດ້ານການໃຫ້ຄໍາປຶກສາ. ເວທີດັົ່ງກ່າວຊ່ວຍໃຫ້ສາມາດເຂົຶ້າເຖິງແຫ ່ງທ ນທີີ່ວ່ອງໄວ ແລະ ຄາດຄະເນໄດ້ເມືີ່ອເກີດເຫດການທີີ່ບໍໍ່ຄາດຄິດ, ເຊິີ່ງຊ່ວຍໃຫ້ລັດຖະບານຕ່າງໆສາມາດຄຸ້ມຄອງຄ່າໃຊ້ຈ່າຍທີີ່ກ່ຽວຂ້ອງກັບໄພພິບັດໄດ້ດີຂ ຶ້ນ.

ຜ່ານບໍລິສັດປະກັນໄພທີີ່ຢູ່ພາຍໃຕ້ການຄຸ້ມຄອງລະບຽບການ ເຊິີ່ງສ້າງຕັຶ້ງຂ ຶ້ນໃນສິງກະໂປ, SEADRIF ໄດ້ປະສົມປະສານທ ນພາກລັດ ແລະ ເອກະຊົນ ເພືີ່ອຂະຫຍາຍການເຂົຶ້າເຖິງຮູບແບບໃໝ່ຂອງການປະກັນໄພເພືີ່ອການພັດທະນາ. ໂດຍເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກ, SEADRIF ໄດ້ຮ່ວມກັນອອກແບບວິທີແກ້ໄຂທີີ່ເໝາະສົມກັບຈຸດປະສົງ ແລະ ຂະຫຍາຍໃຫ້ກວມເອົາໃນທົົ່ວທຸກຂະແໜງການ, ພູມສາດ ແລະ ໄພພິບັດຕ່າງໆ — ເພືີ່ອຊ່ວຍປົກປ້ອງປະຊາຊົນ, ເສດຖະກິດ ແລະອະນາຄົດໃນທົົ່ວອາຊີຕາເວັນອອກສຽງໃຕ້.

ສໍາລັບການສອບຖາມຂໍໍ້ມູນ, ກະລຸນາສົົ່ງອີເມວຫາ: contact@seadrifinsurance.com.
ສໍາລັບຂໍໍ້ມູນເພີີ່ມເຕີມ ແລະ ຂ່າວສານອັບເດດ, ກະລຸນາເຂົຶ້າໄປເບິີ່ງທີີ່ seadrif.org.
ຕິດຕາມ SEADRIF ໄດ້ທີີ່ LinkedIn.

More news from
SEADRIF insurance company

SEADRIF-City of London Roundtable Connects ASEAN’s Public Risk Solutions with London Market Expertise
Most climate and disaster risks faced by governments in Southeast Asia remain outside insurance and reinsurance markets. This is not for lack of solutions. The…
Read more
SEADRIF is hiring a Risk Analyst
Are you a strong quantitative analyst ready to help design and deliver disaster risk financing and climate insurance solutions across ASEAN? Join us to help…
Read more
ラオス人民民主共和国における洪水の被害拡大に伴いSEADRIFが追加資金を拠出、 支払総額は228万米ドルに
洪水による被害の累積拡大を受け、あらかじめ取り決められていた資金から114万米ドルが2回目の支払いとして行われ、ラオス人民民主共和国政府およびWFPに対する支払総額は228万米 ドルに達しました。
Read more